ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ​ສືບຕໍ່​ທົດ​ລອງ​ຍິງ​ສົ່ງ​ຍານ X-37B ຂຶ້ນ​ສູ່​ອະ​ວະ​ກາດ

     ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ​ເປີດເຜີຍ​ວ່າ: ພາຍຫຼັງ​ທີ່​ແຜນການ​ຍິງ​ສົ່ງ​ຍານ​ອະວະ​ກາດ X-37B ຂຶ້ນ​ສູ່​ວົງ​ໂຄ
ຈອນໄດ້​ຖືກ​ເລື່ອນ​ເວລາ​ອອກ​ໄປ​ຫຼາຍ​ຄັ້ງ, ມາ​ເຖິງ​ວັນ​ທີ 11 ທັນວາ 2023 ນີ້ ສະຫະລັດ ອາ​ເມ​ຣິ​ກາ ໄດ້​ສືບຕໍ່​ດຳເນີນ​ການ​ທົດ
​ລອງ​ຍິງ​ສົ່ງ​ຍານ​ດັ່ງກ່າວ​ຂຶ້ນ​ສູ່​ວົງ​ຄົງ​ຈອນອີກຄັ້ງ ຈາກ​ສະຖານີ​ອະວະ​ກາດ Cape Canaveral, ໃນ​ລັດ Florida ໃນ​ຕອນ​
ແລງ​ຂອງ​ວັນ​ອາທິດ​ທີ 10 ທັນວາ 2023.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ສາເຫດ​ທີ່​ພາໃຫ້​ແຜນການ​ທົດ​ລອງ​ຍິງ​ສົ່ງ​ຍານ​ດັ່ງກ່າວ​ຖືກ​ເລື່ອນ​ອອກ​ໄປ​ຫຼາຍ​ຄັ້ງ​ໃນ​ໄລຍະ​ຜ່ານ​ມາ
ນັ້ນ ແມ່ນ​ຍ້ອນ​ສະພາບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ດິນ​ຟ້າ​ອາກາດ ທີ່​ເກີດ​ມີ​ຝົນຕົກ​ໜັກ, ລົມ​ແຮງ ແລະ ມີ​ເມກ​ປົກ​ຄຸມ​ຫຼາຍ
ຈົນ​ສາມາດ​ຄາດ​ຄະເນ​ໄດ້​ວ່າອັດຕາຜົນສຳເລັດ​ໃນ​ການ​ທົດ​ລອງ​ຍິງ​ສົ່ງ​ຍານ​ມີ​ພຽງ​ແຕ່ 40% ໃນ​ສະພາບ​ດິນ​ຟ້າ​ອາກາດ​ດັ່ງກ່າວ.
ເຈົ້າ​ໜ້າທີ່​ຮັບຜິດຊອບ​ວຽກ​ງານ​ການ​ຍິງ​ສົ່ງ​ຍານ​ດັ່ງກ່າວ​ຂອງ ​ສະຫະລັດ ​ຜູ້​ໜຶ່ງໄດ້​ກ່າວ​ວ່າ: ຍານ​ອະວະ​ກາດ X-37B ແມ່ນ
​ຈະ​ເຮັດ​ໜ້າທີ່​ໃນ​ການ​ທົດ​ລອງ​ສະໜອງ​ຂໍ້​ມູນ​ທາງ​ອະວະ​ກາດ​ໃຫ້ ​ສະຫະລັດອາ​ເມ​ຣິ​ກາ ທັງ​ໃນ​ປະຈຸ​ບັນ ແລະ ອະນາຄົດ.

     ນອກ​ນີ້, ຍານ X-37B ຍັງ​ຖືກ​ນຳ​ໃຊ້​ໃນ​ການ​ສົ່ງ​ດາວ​ທຽມ​ຂະໜາດ​ນ້ອຍ​ຂຶ້ນ​ສູ່​ອະວະກາດ​ອີກ, ແຕ່​ບໍ່​ມີ​ການເປີດເຜີຍ
​ກ່ຽວ​ກັບ​ພາລະກິດ​ດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2023